ປະກາດຮັບສະໝັກພະນັກງານ (ດ່ວນ)

ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP)ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ  ສ ປປລາວ,LAPເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I. ຕຳແໜ່ງຮັບສະໝັກ:

  • ພະນັກງານຂາຍ (ວິຊາການຮັບຜິດຊອບສາຍງານພາສາຈີນ) ຈໍານວນ 01 ຕໍາແໜ່ງ.

1. ພະນັກງານພະແນກການຕະຫຼາດເບີ 1

  • ໜ້າວຽກປະຕິບັດ:

- ສາມາດພົວພັນເຮັດວຽກກັບລູກຄ້າຄົນຈີນ ຫຼື ຕົວແທນການຂາຍຄົນຈີນ ຫຼື ທຸກສາຍງານທີ່ເປັນພາສາຈີນ.
- ຄຸ້ມຄອງ, ສ້າງລາຍຮັບ ແລະ ເຮັດໜ້າທີ່ທີບໍລິສັດມອບໃຫ້ສຳເລັດ.
- ອອກສັນຍາປະກັນໄພ,ຕິດຕາມສະພາບ ແລະຕິດຕາມການຊຳລະຄ່າທຳນຽມ, ຊ່ວຍເຫຼືອລູກຄ້າ,ຕົວແທນໃນເວລາທີ່ຕ້ອງການຄວາມຊ່ວຍເຫຼຶອ.
- ຊອກຫາລູກຄ້າ, ສ້າງແຜນທຸລະກິດ ແລະ ບຳລຸງຮັກສາບັນດາສາຍພົວພັນລູກຄ້າຄົນຈີນ ຫຼື ຕົວແທນການຂາຍຄົນຈີນ ຫຼື ທຸກສາຍງານທີ່ເປັນພາສາຈີນໃຫ້ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບຜິດຊອບ.

  • ເງື່ອນໄຂໃນການສະໝັກ(ເພດຊາຍ):

ລະດັບການສຶກສາ:
- ລະດັບການສຶກສາ: ຈົບປະລິນຍາຕີຂຶ້ນໄປ 
- ລະດັບພາສາຈີນ ອ່ານ,ຟັງ,ຂຽນ ພາສາຈີນໄດ້ດີ
- ຄວາມສາມາດໃນການເຈລະຈາ, ການສື່ສານ
- ປະສົບການໃນການເຮັດວຽກງານອື່ນໆຕໍ່າສຸດ 01 ປີ.
- ມີຄວາມຮູ້ກ່ຽວກັບປະກັນໄພ ຫຼຶ ເຄີຍຜ່ານວຽກງານປະກັນໄພມາກ່ອນ(ຈະພິຈາລະນາເປັນພິເສດ)
- ເອົາໃຈໃສ່, ດຸໝັ່ນ ແລະ ຮຽນຮູ້,ຄົ້ນຄ້ວາ ວິຊາສະເພາະປະກັນໄພ
- ຄວາມສາມາດໃນການໃຊ້ Word, Excel, Outlook...
=> ຖ້າມີປະສົບການກ່ຽວກັບການປະກັນໄພ ແມ່ນຈະມີນະໂຍບາຍພິເສດ.
ວຸດທິ ຄວາມສາມາດ:
- ພົວພັນ, ປະສານວຽກງານໄດ້ດີ ແລະ ມີຄວາມສາມາດໃນການລາຍງານວຽກ.
ຄຸນສົມບັດ:  ເປັນຄົນຊື່ສັດ, ມີຄວາມໝັ້ນໃຈໃນໂຕເອງ, ມີຄວາມສາມັກຄີ,ມີຫົວຄິດປະດິດສ້າງ, ມີຄວາມຈິງໃຈ,ມີຄວາມຮັບຜິດຊອບຕໍ່ໜ້າວຽກ, ມີນ້ຳໃຈຊ່ວຍເຫຼືອສູງຕໍ່ກັບເພື່ອນຮ່ວມງານ ແລະ ຄູ່ຮ່ວມມື.
2. ຕຳແໜ່ງທີຮັບສະໜັກ: ພະນັກງານການຂາຍ (ວິຊາການຮັບຜິດຊອບລູກຄ້າຄົນລາວ) ຈໍານວນ 01 ຕໍາແໜ່ງ.

  • ໜ້າວຽກປະຕິບັດ:

- ສາມາດພົວພັນເຮັດວຽກກັບລູກຄ້າຄົນລາວ ຫຼື ຕົວແທນການຂາຍຄົນລາວ ຫຼື ກະຊວງ,ກົມກອງຕ່າງໆ
- ຄຸ້ມຄອງ, ສ້າງລາຍຮັບ ແລະ ເຮັດໜ້າທີ່ທີບໍລິສັດມອບໃຫ້ສຳເລັດ.
- ອອກສັນຍາປະກັນໄພ,ຕິດຕາມສະພາບ ແລະຕິດຕາມການຊຳລະຄ່າທຳນຽມ, ຊ່ວຍເຫຼືອລູກຄ້າ,ຕົວແທນໃນເວລາທີ່ຕ້ອງການຄວາມຊ່ວຍເຫຼຶອ.
- ຊອກຫາລູກຄ້າ, ສ້າງແຜນທຸລະກິດ ແລະ ບຳລຸງຮັກສາບັນດາສາຍພົວພັນລູກຄ້າລູກຄ້າຄົນລາວ ຫຼື ຕົວແທນການຂາຍຄົນລາວ ຫຼື ກະຊວງ,ກົມກອງຕ່າງໆໃຫ້ເຮັດສຳເລັດໜ້າທີ່ ທີ່ໄດ້ຮັບຜິດຊອບ.

  • ເງື່ອນໄຂໃນການສະໝັກ ( ເພດຊາຍ)

- ລະດັບການສຶກສາ: ຈົບປະລິນຍາຕີຂຶ້ນໄປ 
- ຄວາມສາມາດໃນການເຈລະຈາ, ການສື່ສານ ພາສາອັງກິດໄດ້ 
- ຫາກຮູ້ພາສາຫວຽດອ່ານ,ຟັງ,ຂຽນ ພາສາຫວຽດນາມໄດ້ ( ຈະພິຈາລະນາເປັນພິເສດ )
- ປະສົບການໃນການເຮັດວຽກງານອື່ນໆຕໍ່າສຸດ 01 ປີ.
- ມີຄວາມຮູ້ກ່ຽວກັບປະກັນໄພ ຫຼຶ ເຄີຍຜ່ານວຽກງານປະກັນໄພ (ຈະພິຈາລະນາເປັນພິເສດ(
- ເອົາໃຈໃສ່, ດຸໝັ່ນ ແລະ ຮຽນຮູ້,ຄົ້ນຄ້ວາ ວິຊາສະເພາະປະກັນໄພ
- ຄວາມສາມາດໃນການໃຊ້ Word, Excel, Outlook...
 ປະໂຫຍດທີ່ຈະໄດ້ຮັບ:
- ໂບນັດ: ຕາມການເຫັນດີກັບຄວາມສາມາດ ແລະປະສົບການ.
- ຈະໄດ້ຮັບເງີນອູດໜູນທຸກເທດສະການວັນສຳຄັນຕ່າງໆ ແລະ ເງີນອູດໜູນທ້າຍປີ.
- ຈະໄດ້ຮັບປະກັນໄພສຸຂະພາບ ແລະໄດ້ໄປທ່ອງທ່ຽວທຸກໆປີ.
- ຈະໄດ້ຮັບການເຝິກອົບຮົມຕ່າງໆ, ຈະມີໂອກາດພັດທະນາຄວາມຮູ້ ແລະຄວາມສາມາດຂອງຕົວເອງ.
- ຈະໄດ້ວຽກທີ່ໜັ້ນຄົງ, ຈະມີໂອກາດພັດທະນາຕົວເອງ.
- ຈະໄດ້ມິດຕະພາບທີ່ດີ, ມີຄວາມທ້າທາຍເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
3. ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ແລະ ສາມາດສົ່ງຟອມສະໝັກມາທີ່
 email: contact@lap.com.la  ຫຼື ເຂົ້າມາພົວພັນເອົາທີ ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຕຶກທະນາຄານເອັມບີ ຊັ້ນ 2, ຖະໜົນ ໄກສອນພົມວິຫານ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
- ສົນໃຈຕິດຕໍ່ສອບຖາມທີ່ເບີ: 021 990999 ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ.
020 56116555 ທ່ານ ນາງ ພຸດສະດາ ຈັນທະວົງ.
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 26 ກຸມພາ 2020 ຈົນເຖິງວັນທີ 06 ມີນາ 2020

Similar Posts

BUY INSURANCE