-
ບໍລິສັດ ລ້ານຊ້າງປະກັນໄພ ໄດ້ມອບໂຮງຮຽນອະນຸບານຫ້ວຍຕົມ ລວມມູນຄ່າ 370,000,000 ກີບ
ໃນຕອນເຊົ້າຂອງວັນທີ 28 ເດືອນ ກຸມພາ ປີ 2019 ນີ້ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນອະນຸບານຫ້ວຍຕົມ, ທີ່ບ້ານ ໃໝ່ປາກສັງ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ, ເຊິ່ງໃນການຊ່ວຍເຫຼືອໃນຄັ້ງນີ້ໄດ້ປະກອບມີ: ສ້າງໂຮງຮຽນອານຸບານຫຼັງໃຫມ່1ຫລັງ, ພ້ອມດ້ວຍປັບປຸງສ້ອມແປງອາຄານໂຮງຮຽນຫຼັງເກົ່າໃຫ້ແກ່ໂຮງຮຽນປະຖົມສົມບູນຫ້ວຍຕົມ, ເມືອງ ສັງທອງ, ນະຄອນຫຼວງວຽງຈັນ, ເຊິ່ງລວມມູນຄ່າທັງໝົດແມ່ນ 370,000,000 ກີບ
-
ພິທີມອບ ປະກັນໄພ ແລະ ເຂົ້າສານຟຣີ
ພິທີມອບ ປະກັນໄພ ແລະ ເຂົ້າສານຟຣີໃຫ້ແກ່ປະຊາຊົນ ບ້ານວັດຫຼວງ ແລະ ບ້ານ ປາກຊ່ອງ ແລະ ຈຳປາສັກ ໃນຕອນເຊົ້າຂອງວັນທີ 25 ເດືອນ ມັງກອນ 2019 ນີ້ ມູນນິທິວັດທະນາທຳ Kim Jun Ki ເກົາຫຼີຮ່ວມກັບບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນໄດ້ມີພິທີມອບພິທີມອບ ປະກັນໄພ ແລະ ເຂົ້າສານຟຣີໃຫ້ແກ່ປະຊາຊົນ ບ້ານວັດຫຼວງ ແລະ ບ້ານ ປາກຊ່ອງ ແລະ ຈຳປາສັກ ທີ່ ສະໂມສອນ ເມືອງ ປາກຊ່ອງ, ແຂວງ ຈຳປາສັກ
-
ພິທີມອບ - ຮັບທຶນການສຶກສາ ແລະ ອຸປະກອນການສຶກສາໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວ
ໃນຕອນເຊົ້າຂອງວັນທີ 24 ເດືອນມັງກອນ 2019 ນີ້ ມູນນິທິວັດທະນາທຳ Kim Jun Ki ເກົາຫຼີຮ່ວມກັບບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນໄດ້ມີພິທີມອບທຶນການສຶກສາ ແລະ ອຸປະກອນການສຶກສາໃຫ້ແກ່ນັກສຶກສາມະຫາວິທະຍາໄລແຫ່ງຊາດລາວຢູ່ທີ່ສະໂມສອນໃຫຍ່ຊັ້ນ2 ມະຫາວິທະຍາໄລແຫ່ງຊາດລາວ.
-
ພິທີມອບ - ຮັບ ສິນທົດແທນປະກັນໄພສຸຂະພາບ ແລະ ອຸປະຕິເຫດສ່ວນບຸກຄົນ
ໃນວັນທີ 11/12/2018 ທີ່ສຳນັກງານໃຫຍ່ຂອງ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ, ໄດ້ມີພິທີມອບ - ຮັບ ສິນທົດແທນປະກັນໄພສຸຂະພາບ ແລະ ອຸປະຕິເຫດສ່ວນບຸກຄົນແກ່ຄອບຄົວຂອງຜູ້ໄດ້ຮັບການປະກັນໄພ. ເປັນຈຳນວນ 52,298,300 ກີບ
-
ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ຈັບມືລົງນາມເຊັນສັນຍາ ກັບ ທະນາຄານ ເອຊີລີດາ ລາວ ຈຳກັດ
ໃນວັນທີ 06 ທັນວາ 2018 ທີ່ຜ່ານມານີ້ ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ໄດ້ຈັບມືລົງນາມເຊັນສັນຍາ ກັບ ທະນາຄານ ເອຊີລີດາ ລາວ ຈຳກັດ