ປະກາດຮັບສະໝັກພະນັກງານ (ດ່ວນ)
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I.ຕຳແໜ່ງຮັບສະໝັກ:
- ພະນັກງານພະແນກບໍລິຫານ-ບຸກຄະລະກອນ ຈຳນວນ 1 ຕຳແໜ່ງ
- ໜ້າວຽກປະຕິບັດ:
- ປະຕິບັດວຽກງານຈັດຕັ້ງ-ບຸກຄະລະກອນ:
- ສັງລວມໃບລາຍງານວຽກປະຈຳເດືອນຂອງບໍລິສັດ;
- ສັງລວມຕາຕະລາງຕິດຕາມການມາວຽກຂອງພະນັກງານ ແລະ ຄິດໄລ່ເງິນກິນເຂົ້າປະຈຳເດືອນ;
- ຕິດຕາມ, ຮັບຜິດຊອບຄິດໄລ່ ແລະ ສະເໜີມອບເງິນປະກັນສັງຄົມຂອງບໍລິສັດ;
- ຄຸ້ມຄອງ, ເກັບມ້ຽນສັນຍາແຮງງານ, ເອກະສານກ່ຽວຂ້ອງຂອງພະນັກງານ;
- ຄຸ້ມຄອງ, ຕິດຕາມບັນດາຂໍ້ມູນຂອງພະນັກງານບໍລິສັດ;
- ເຮັດສັນຍາລອງວຽກ, ສັນຍາແຮງງານໃຫ້ພະນັກງານບໍລິສັດ;
- ປະຕິບັດວຽກງານຮັບສະໝັກບຸກຄະລະກອນໃໝ່ (ເຮັດເອກະສານປະກາດສະໝັກງານ, ໂທນັດສຳພາດ...);
- ສ້າງບັນດາໃບສະເໜີ, ແຈ້ງການ...ກ່ຽວກັບວຽກງານຂອງບໍລິສັດ;
- ແປເອກະສານ ລາວ-ຫວຽດ-ລາວ
- ປະຕິບັດວຽກງານບໍລິຫານ-ສັງລວມ:
- ຄຸ້ມຄອງ, ມອບ-ຮັບບັນດາສິ່ງພິມຮັບໃຊ້ໃນການຂາຍ;
- ເບີກຈ່າຍບັນດາສິ່ງພິມຮັບໃຊ້ໃນການຂາຍໃຫ້ກັບແຕ່ລະພາກສ່ວນຕາມການສະເໜີຕົວຈິງ;
- ສັງລວມ, ລາຍງານສິ່ງພິມຄ້າງສາງປະຈຳໄຕມາດ;
- ຄຸ້ມຄອງສັບຊິນຄົງທີ່ຂອງບໍລິສັດ;
- ວຽກງານອື່ນໆທີ່ໄດ້ຮັບມອບໝາຍ
- ເງື່ອນໄຂໃນການສະໝັກ
- ບໍ່ຈຳກັດເພດ
- ຮູບຮ່າງດີ
- ຈົບການສຶກສາຈາກບັນດາມະຫາວິທະຍາໄລ ສສ ຫວຽດນາມ
- ໃບປະກາສະນີຍະບັດຈັດຢູ່ໃນປະເພດເກັ່ງ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດໄດ້ຢ່າງຄ່ອງແຄ້ວ
- ຊຳນານໃນການນຳໃຊ້ word, excel…
- ມີຄວາມດຸໝັ່ນ ແລະ ວ່ອງໄວ
- ມີຄວາມຊື່ສັດ ແລະ ມີສິນທຳ
- ກຽມພ້ອມທີ່ຈະເຮັດວຽກນອກໂມງໄດ້.
- ກໍລະນີພິຈາລະນາພິເສດ: ມີປະສົບການເຮັດວຽກກ່ຽວກັບຫ້ອງການ 1 ປີ ຂຶ້ນໄປ
- ສິດຜົນປະໂຫຍດຈະໄດ້ຮັບ:
- ເງິນເດືອນ: ຕາມການເຈລະຈາຕົວຈິງ;
- ມີເງິນອັດຕາກິນເຂົ້າທ່ຽງ;
- ມີສະພາບແວດລ້ອມໃນການເຮັດວຽກທີດີ, ມີຄວາມເປັນມືອາຊີບສູງ;
- ໂອກາດໃນການພັດທະນາຄວາມຮູ້ ແລະ ຄວາມສາມາດຕົນເອງ;
- ໄດ້ຮັບສະຫວັດດີການ ເງີນອູດໜູນທຸກເທດສະການ ແລະ ເງີນອູດໜູນທ້າຍປີ;
- ໄດ້ເຮັດປະກັນໄພສຸຂະພາບ, ກວດສຸຂະພາບ ແລະໄດ້ໄປທ່ຽວປະຈຳປີ;
- ຈະໄດ້ຮັບການເຝິກອົບຮົມຕ່າງໆ;
- ມີວຽກງານທີ່ໜັ້ນຄົງ;
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ ແລະ ສະພາບແວດລ້ອມແບບສາກົນ.
- ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ ພົມວິຫານ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່ ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
- ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈຕິດຕໍ່ສອບຖາມທີ່ເບີ: 021 990999, 021 991999 ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ.
020 97000993 ທ່ານ ນາງ ສຸດທາ ໄຊຍະວົງ.
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 05/10/2020 ຈົນເຖິງວັນທີ 13/10/2020
- ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ປະກາດຮັບສະໝັກພະນັກງານ (ດ່ວນ)
ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ ຈຳນວນ 03 ຕຳແໜ່ງ