ປະກາດຮັບສະໝັກພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ (ດ່ວນ)
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ.
ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ.
ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I.ຕຳແໜ່ງຮັບສະໝັກ:
- ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ ຈຳນວນ 1 ຕຳແໜ່ງ
+ ໜ້າວຽກປະຕິບັດ:
- ຮັບແຈ້ງເຫດຈາກລູກຄ້າ, ແນະນຳລູກຄ້າກ່ຽວກັບວິທີດຳເນີນເອກະສານແກ້ໄຂ;
- ອອກໄປແກ້ໄຂຄະດີຕົວຈິງ;
- ຄິດໄລ່ຈຳນວນເງິນສິນທົດແທນ;
- ສົມທົບກັບລູກຄ້າ, ໂຮງໝໍ, ກະລາສ້ອມແປງ... ສັງລວມເອກະສານເພື່ອປະກອບສຳນວນຄະດີໃຫ້ສຳເລັດ;
- ສ້າງເອກະສານ, ແປເອກະສານຕາມການແບ່ງວຽກງານ;
- ແລະວຽກງານອື່ນໆຕາມການມອບໝາຍ
+ ເງື່ອນໄຂໃນການສະໝັກ
- ເພດຊາຍ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດນາມ ຫລື ອັງກິດຢ່າງຄ່ອງແຄ້ວ (ຟັງ, ອ່ານ, ເວົ້າ ແລະຂຽນ)
- ມີມະນຸດສຳພັນດີ, ມີທັກສະໃນການເຈລະຈາ
- ຊຳນານໃນການນຳໃຊ້ office: word, excel…
- ສາມາດເຮັດວຽກເພີ່ມໄດ້ ນອກຈາກໂມງວຽກ: ຖືສາຍ hotline ແລະອອກໄປແກ້ໄຂອຸປະຕິເຫດ 24/24;
- ມີຄວາມຊື່ສັດ ແລະ ມີຈັນຍາບັນທີ່ດີ.
+ ສິດຜົນປະໂຫຍດຈະໄດ້ຮັບ:
- ເງິນເດືອນ: ຕາມການເຈລະຈາຕົວຈິງ;
- ມີເງິນອັດຕາກິນເຂົ້າທ່ຽງ;
- ມີສະພາບແວດລ້ອມໃນການເຮັດວຽກທີດີ, ມີຄວາມເປັນມືອາຊີບສູງ;
- ໂອກາດໃນການພັດທະນາຄວາມຮູ້ ແລະ ຄວາມສາມາດຕົນເອງ;
- ໄດ້ຮັບສະຫວັດດີການ ເງີນອູດໜູນທຸກເທດສະການ ແລະ ເງີນອູດໜູນທ້າຍປີ;
- ໄດ້ເຮັດປະກັນໄພສຸຂະພາບ, ກວດສຸຂະພາບ ແລະໄດ້ໄປທ່ຽວປະຈຳປີ;
- ຈະໄດ້ຮັບການເຝິກອົບຮົມຕ່າງໆ;
- ມີວຽກງານທີ່ໜັ້ນຄົງ;
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ ແລະ ສະພາບແວດລ້ອມແບບສາກົນ.
II. ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ ພົມວິຫານ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່ ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
III. ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈຕິດຕໍ່ສອບຖາມທີ່ເບີ: 021 990999, 021 991999 ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ.
020 9700 0993 ທ່ານ ນາງ ສຸດທາ ໄຊຍະວົງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 04/11/2020 ຈົນເຖິງວັນທີ 11/11/2020
- ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ
ຄະນະອຳນວຍການ
Similar Posts
-
ປະກາດຮັບສະໝັກພະນັກງານຫຼາຍຕຳແໜ່ງ (ດ່ວນ)
1. ຫົວໜ້າພະແນກມາເກັດຕິ້ງອອນລາຍ 2. ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ 3. ພະນັກງານການຕະຫຼາດ
-
ປະກາດຮັບສະໝັກພະນັກງານຜູ້ຊ່ວຍຜູ້ອຳນວຍກາານ
ຕຳແໜ່ງຮັບສະໝັກ: ພະນັກງານຜູ້ຊ່ວຍຜູ້ອຳນວຍກາານ.ຈໍານວນ 01 ຕຳແໜ່ງ ສະຖານທີ່ເຮັດວຽກ: ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່, ນະຄອນຫຼວງວຽງຈັນ