ປະກາດຮັບຫົວຫນ້າການຕະຫລາດອອນລາຍ
ປະກາດຮັບສະໝັກພະນັກງານ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I. ຕຳແໜ່ງຮັບສະໝັກ:
1. ຫົວຫນ້າການຕະຫລາດອອນລາຍ ຈຳນວນ 1 ຕຳແໜ່ງ (ເງິນເດືອນຂັ້ນຕໍ່າ $1000)
+ ໜ້າວຽກປະຕິບັດ:
- ສ້າງແຜນ ແລະ ດຳເນີນປະຕິບັດວຽກງານກ່ຽວກັບການຕະຫລາດອອນລາຍອີງໃສ່ເຜີຍແຜ່ໂຄສະນາຜະລິດຕະພັນ ແລະພາບຫຼັກຂອງບໍລິສັດເພື່ອຊຸກຍູ້ການເຄື່ອນໄຫວທຸລະກິດຂອງບໍລິສັດ
- ສ້າງແຜນການດຳເນີນງານ ແລະຂະຫຍາຍການເຄື່ອນໄຫວການຕະຫລາດດີຈີຕອນ (facebook ads, google ads, SEO...)
- ປະຕິບັດ ແລະ ຄວບຄຸມຕີລາຄາໝາກຜົນການເຄື່ອນໄຫວຂອງການຕະຫລາດ (Marketing)
- ຄົ້ນຄວ້າແນວທາງການຕະຫລາດເພື່ອຊອກຫາໂອກາດໃນການແຂ່ງຂັນທີ່ເຫມາະສົມ ແລະ ດີທີ່ສຸດຂອງແຕ່ລະໄລຍະ
- ອອກແບບເນື້ອໃນການຕະຫລາດອອນລາຍ, ຄຸ້ມຄອງເວບໄຊ ແລະ ບັນດາສື່ອອນລາຍທາງສັງຄົມຂອງບໍລິສັດ
- ສະເຫນີຕໍ່ຄະນະອຳນວຍການ: ບັນດາແນວທາງ, ແຜນການ, ວິທີການ, ສ້າງແຜນຍຸດທະສາດເພື່ອໂຄສະນາກ່ຽວກັບບໍລິສັດໃນແຕ່ລະເດືອນ/ໄຕມາດ/ປີ ໃຫ້ພາຍໃນກໍ່ຄືພາຍນອກ ເພື່ອເປັນການຮັບປະກັນ, ຍົກສູງ ແລະ ພັດທະນາພາບຫຼັກຂອງບໍລິສັດ.
- ເຄື່ອນໄຫວການໂຄສະນາພາຍໃນ
- ນຳພາໂດຍກົງ, ແບ່ງໜ້າທີ່ວຽກງານ ແລະ ຄຸ້ມຄອງພະນັກງານພາຍໃນພະແນກການຕະຫລາດອອນລາຍເຮັດວຽກຢ່າງສຳເລັດຜົນ
- ປະຕິບັດລາຍງານຕາມການສະເຫນີຂອງຄະນະອຳນວຍການ
- ເງື່ອນໄຂໃນການສະໝັກ
- ເປັນຄົນລາວ, ອາຍຸບໍ່ເກີນ 35 ປີ
- ລະດັບການສຶກສາປະລີນຍາຕີຂື້ນໄປ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດນາມ ຫລື ອັງກິດຢ່າງຄ່ອງແຄ້ວ
- ມີປະສົບການດ້ານການຕະຫລາດອອນ 5 ປີ, ໃນນັ້ນປະສົບການເປັນຫົວຫນ້າການຕະຫລາດ 1 ປີ ຫລື ຕຳແຫນ່ງທີ່ໃກ້ຄຽງ.
- ມີປະສົບການ ແລະ ຄວາມຮູ້ກ່ຽວກັບການຕະຫລາດອອນລາຍເປັນຢ່າງດີ
- ມີຄວາມຫ້າວຫັນ, ມີຄວາມຮັບພິຊອບສູງ, ມີແນວຄິດສ້າງສັນ ແລະ ເຮັດວຽກພາຍໃຕ້ຄວາມກົດດັນສູງ
- ມີຄວາມຮູ້ ແລະ ເຂົ້າໃຈດີຕໍ່ກັບລະບົບການຕະຫລາດອອນລາຍ, ມີມະນຸດສຳພັນດີ
- ມີຄວາມຊື່ສັດ ແລະ ມີຈັນຍາບັນທີ່ດີ.
- ມີທັກສະດ້ານ: ການຄົ້ນຄວ້າ ແລະ ວິເຄາະ, ການສ້າງແຜນງານ, ການນຳສະເຫນີ, ການເຮັດວຽກເປັນກຸ່ມ, ການຈັດຕັ້ງ
- ຊຳນານໃນການນຳໃຊ້ office: word, excel…
- ມີຄວາມກະຕືລືລົ້ນ, ຮ່ວມມື, ເປັນມິດ
- ມີຄວາມວ່ອງໄວ, ມີຄວາມສາມາດໃນການຄິດແຜນຍຸດທະສາດ, ສາມາດຮຽນຮູ້ ແລະ ເປີດໃຈຮັບຮູ້ສິ່ງໃຫມ່ໆ
II. ສິດຜົນປະໂຫຍດຈະໄດ້ຮັບ:
- ເງິນເດືອນ: ເງິນເດືອນຂັ້ນຕໍ່າ $1000
- ມີເງິນອັດຕາກິນເຂົ້າທ່ຽງ
- ມີສະພາບແວດລ້ອມໃນການເຮັດວຽກທີ່ດີ, ມີຄວາມເປັນມືອາຊີບສູງ.
- ໂອກາດໃນການພັດທະນາຄວາມຮູ້ ແລະ ຄວາມສາມາດຕົນເອງ
- ໄດ້ຮັບສະຫວັດດີການ ເງີນອູດໜູນທຸກເທດສະການ ແລະ ເງີນອູດໜູນທ້າຍປີ.
- ໄດ້ເຮັດປະກັນໄພສຸຂະພາບ, ກວດສຸຂະພາບ ແລະໄດ້ໄປທ່ຽວປະຈຳປີ.
- ຈະໄດ້ຮັບການເຝິກອົບຕ່າງໆ.
- ມີວຽກງານທີ່ໜັ້ນຄົງ.
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ, ເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
III. ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ ບໍລິສັດລ້ານຊ້າງປະກັນໄພມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່ ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ.
IV. ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈຕິດຕໍ່ສອບຖາມທີ່ເບີ: 021 990999, 021 991999 ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ.
020 97000993 ທ່ານ ນາງ ສຸດທາ ໄຊຍະວົງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 04/11/2020 ຈົນເຖິງວັນທີ 18/11/2020
(ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ປະກາດຮັບສະໝັກພະນັກງານ (ດ່ວນ)
1. ຫົວຫນ້າຂະແໜງການເງິນ-ການບັນຊີ ປະຈຳຢູ່ສາຂາພາກໃຕ້ ຈຳນວນ 1 ຕຳແໜ່ງ (ເງິນເດືອນຂັ້ນຕໍ່າ $500) 2. ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ ຈຳນວນ 1 ຕຳແໜ່ງ
-
ປະກາດຮັບສະໝັກພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ (ດ່ວນ)
ປະກາດຮັບສະໝັກພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ (ດ່ວນ)