ປະກາດຮັບສະໝັກພະນັກງານຫຼາຍຕຳແໜ່ງ (ດ່ວນ)
ປະກາດຮັບສະໝັກພະນັກງານຫຼາຍຕຳແໜ່ງ (ດ່ວນ)
ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:
I. ຕຳແໜ່ງຮັບສະໝັກ
1. ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ 02 ຕຳແໜ່ງ
ll. ສະຖານທີ່ເຮັດວຽກ
ສຳນັກງານໃຫຍ່ ຕັ້ງຢູ່ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
III. ໜ້າທີ່ຕ້ອງປະຕິບັດ
- ຮັບແຈ້ງເຫດຈາກລູກຄ້າ, ແນະນຳລູກຄ້າກ່ຽວກັບວິທີດຳເນີນເອກະສານແກ້ໄຂ;
- ອອກໄປແກ້ໄຂຄະດີຕົວຈິງ;
- ຄິດໄລ່ຈຳນວນເງິນສິນທົດແທນ;
- ສົມທົບກັບລູກຄ້າ, ໂຮງໝໍ, ກະລາສ້ອມແປງ... ສັງລວມເອກະສານເພື່ອປະກອບສຳນວນຄະດີໃຫ້ສຳເລັດ;
- ສ້າງເອກະສານ, ແປເອກະສານຕາມການແບ່ງວຽກງານ ແລະວຽກງານອື່ນໆຕາມການມອບໝາຍ
IV. ເງື່ອນໄຂໃນການສະໝັກ
- ເພດຊາຍ
- ຄວາມຮູ້ດ້ານພາສາ: ນຳໃຊ້ພາສາຫວຽດນາມ ຫລື ອັງກິດຢ່າງຄ່ອງແຄ້ວ (ຟັງ, ອ່ານ, ເວົ້າ ແລະຂຽນ)
- ມີມະນຸດສຳພັນດີ, ມີທັກສະໃນການເຈລະຈາ
- ຊຳນານໃນການນຳໃຊ້ office: word, excel…
- ສາມາດເຮັດວຽກເພີ່ມໄດ້ ນອກຈາກໂມງວຽກ: ຖືສາຍ hotline ແລະອອກໄປແກ້ໄຂອຸປະຕິເຫດ 24/24;
- ມີຄວາມຊື່ສັດ ແລະ ມີຈັນຍາບັນທີ່ດີ.
V. ສິດຜົນປະໂຫຍດຈະໄດ້ຮັບ
- ເງິນເດືອນ: ຕາມການເຈລະຈາຕົວຈິງ
- ມີປະກັນສັງຄົມ, ປະກັນສຸຂະພາບ
- ອຸດໜູນກິນເຂົ້້າທ່ຽງ, ອຸດໜູນໄປວຽກຕ່າງແຂວງ, ຄ່າໂທລະສັບທຸກເດືອນ
- ຂື້ນເງິນເດືອນຕາມຄວາມສຳເລັດຂອງທຸລະກິດ
- ກວດສຸຂະພາບຮອບດ້ານທຸກໆປີ ແລະໄດ້ໄປທ່ອງທ່ຽວຕາມແຜນຂອງບໍລິສັດ
- ໄດ້ເຂົ້າຮ່ວມບັນດາໂຄງການ, ການຝຶກອົບຮົມເພື່ອພັດທະນາໂຕເອງ
- ແລະອີກຫຼາຍໆນະໂຍບາຍອື່ນຈາກລ້ານຊ້າງເຊັນ: ລາງວັນທ້າຍປີ, ອຸດໜຸນບັນດາເທດສະການ, ວັນເກີດ, ເກີດລູກ, ເຈັບໄຂ້, ຊຸດເຄື່ອງແບບພະນັກງານ....
- ມີວຽກງານທີ່ໜັ້ນຄົງ.
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ, ເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
2. ພະແນກລູກຄ້າສ່ວນບຸກຄົນ 01 ຕຳແໜ່ງ
l. ສະຖານທີ່ເຮັດວຽກ
ສຳນັກງານໃຫຍ່ ຕັ້ງຢູ່ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ
II. ໜ້າທີ່ຕ້ອງປະຕິບັດ
- ຊ່ວຍເຫຼືອຕົວແທນ
- ມອບປື້ມປະກັນໄພ
- ຕິດຕາມແຈ້ງການຂາຍ
- ລົງຂໍ້ມູນໃນລະບົບ
- ສັງລວມຈຳນວນລາຍຮັບ
- ໄລ່ຄ່ານາຍໜ້າໃຫ້ຕົວແທນ
- ທີ່ປຶກສາ ແລະ ແກ້ໄຂບັນຫາບັນດາຕົວແທນ
- ຄຸ້ມຄອງຕົວແທນ
- ຄຸ້ມຄອງການຂາຍ: ການຕໍ່ສັນຍາ, ຄ່າທຳນຽມປະກັນໄພ....
- ຄຸ້ມຄອງໜີ້ສິ້ນ
- ຄຸ້ມຄອງປື້ມ,ໃບບິນປະກັນໄພ
- ຄຸ້ມຄອງສິນທົດແທນ
- ຂະຫຍາຍຕົວແທນ, ຂະຫຍາຍຈຸດຂາຍ
- ຂະຫຍາຍຕົວແທນ: ຂະຫຍາຍລາຍຮັບຂອງຕົວແທນເກົ່າ, ຮັບສະໝັກຕົວແທນໃໝ່...
- ຂະຫຍາຍຊ່ອງທາງການຂາຍຜ່ານທະນາຄານ
- ຂະຫຍາຍຊ່ອງທາງການຂາຍຢູ່ທ້ອງຖີ່ນ
III. ເງື່ອນໄຂໃນການສະໝັກ
- ອົດທົນ ແລະ ມີຄວາມຊື່ສັດ
- ມີຄວາມວ່ອງໄວ
- ຈົບປະລິນຍາຕີຂຶ້ນໄປ
- ສາມາດນຳໃຊ້ Word & excel
- ມີມະນຸດສຳພັນດີ
- ມີຄວາມອົດທົນຕໍ່ສະພາບຄວາມກົດດັນໃນໜ້າວຽກສູງ.
- ກຽມພ້ອມເຮັດວຽກນອກໂມງ ແລະສາມາດໄປວຽກຕ່າງແຂວງ
IV. ສິດຜົນປະໂຫຍດຈະໄດ້ຮັບ
- ເງິນເດືອນ: ຕາມການເຈລະຈາຕົວຈິງ
- ມີປະກັນສັງຄົມ, ປະກັນສຸຂະພາບ
- ອຸດໜູນກິນເຂົ້້າທ່ຽງ, ອຸດໜູນໄປວຽກຕ່າງແຂວງ, ຄ່າໂທລະສັບທຸກເດືອນ
- ຂື້ນເງິນເດືອນຕາມຄວາມສຳເລັດຂອງທຸລະກິດ
- ກວດສຸຂະພາບຮອບດ້ານທຸກໆປີ ແລະໄດ້ໄປທ່ອງທ່ຽວຕາມແຜນຂອງບໍລິສັດ
- ໄດ້ເຂົ້າຮ່ວມບັນດາໂຄງການ, ການຝຶກອົບຮົມເພື່ອພັດທະນາໂຕເອງ
- ແລະອີກຫຼາຍໆນະໂຍບາຍອື່ນຈາກລ້ານຊ້າງເຊັນ: ລາງວັນທ້າຍປີ, ອຸດໜຸນບັນດາເທດສະການ, ວັນເກີດ, ເກີດລູກ, ເຈັບໄຂ້, ຊຸດເຄື່ອງແບບພະນັກງານ....
- ມີວຽກງານທີ່ໜັ້ນຄົງ.
- ໄດ້ຮັບມິດຕະພາບທີ່ດີ, ມີຄວາມທ້າທາຍ, ເຮັດວຽກແບບມືອາຊີບ ແລະ ສະພາບແວດລ້ອມແບບສາກົນ.
- ວິທີໃນການສະໝັກ
- ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
- ສາມາດສົ່ງຟອມສະໝັກມາທີ່ email: contact@lap.com.la ຫຼື ເຂົ້າມາສົ່ງທີ່: ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.
- ເອກະສານສະໝັກປະກອບມີ:
- ໃບສະໝັກວຽກຂອງບໍລິສັດ (ຕ້ອງມີ)
- ຊີວະປະຫວັດ ພາສາລາວ/ອັງກິດ
- ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
- ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
- ເອກະສານອື່ນໆທີກ່ຽວຂ້ອງ.
ສົນໃຈສອບຖາມເພີ່ມເຕີມທີ່ເບີ: 020 5227 7344 ທ່ານ ແສນ ໄຊຍະແສງ
ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 01/06/2021 ຈົນເຖິງວັນທີ 18/062021
- ຮັບຟອມ ແລະ ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)
Similar Posts
-
ປະກາດຮັບສະໝັກພະນັກງານ (ດ່ວນ)
ພະນັກງານແກ້ໄຂອຸປະຕິເຫດ ແລະ ສິນທົດແທນ ຈຳນວນ 03 ຕຳແໜ່ງ