ປະກາດຮັບສະໝັກພະນັກງານ (ດ່ວນ)

                                            ປະກາດຮັບສະໝັກພະນັກງານ (ດ່ວນ)

ບໍລິສັດລ້ານຊ້າງປະກັນໄພມະຫາຊົນ (LAP) ເປັັນບໍລິສັດໜຶ່ງທີ່ຈັດຢູ່ໃນອັນດັບ 1 ໃນ 3 ບໍລິສັດປະກັນໄພທີ່ໃຫຍ່ທີ່ສຸດໃນ  ສ ປປ ລາວ, LAP ເປັນບໍລິສັດຮ່ວມທຶນ ລະຫວ່າງ ທະນາຄານພັດທະນາລາວ ແລະ ບໍລິສັດ ປະກັນໄພໄປສະນີ  ຫວຽດນາມ. ປັດຈຸບັນບໍລິສັດລ້ານຊ້າງປະກັນໄພມະຫາຊົນ ເປັນບໍລິສັດທີ່ມີທ່າກ້າວ, ຂະຫຍາຍຕົວຂຶ້ນຢ່າງວ່ອງໄວ ແລະ ໄດ້ມີເຄືອຄ່າຍຕົວແທນປະກັນໄພກະຈາຍທົ່ວປະເທດຢ່າງກ້ວາງຂວາງ. ເພື່ອຮອງຮັບກັບການໃຫ້ບໍລິການແກ່ລູກຄ້າໃຫ້ທັນກັບສະພາບການໃນທຸກຂົງເຂດ. ດັ່ງນັ້ນ, ບໍລິສັດລ້ານຊ້າງປະກັນໄພ ຈຶ່ງມີຄວາມຕ້ອງການຮັບສະໝັກພະນັກງານເພີ່ມດັ່ງລຸ່ມນີ້:

         I. ຕຳແໜ່ງຮັບສະໝັກ   

           1. ຫົວໜ້າພະແນກຄຸ້ມຄອງວິຊາການ  01 ຕຳແໜ່ງ

        ll. ສະຖານທີ່ເຮັດວຽກ

          ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ, ນະຄອນຫຼວງວຽງຈັນ,  ສປປ ລາວ

        III. ໜ້າທີ່ຕ້ອງປະຕິບັດ

  • ສ້າງແຜນວຽກຂອງພະແນກ
  • ຮັບຜິດຊອບວຽກງານຝືກອົບຮົມ
  • ຝືກອົບຮົມວິຊາການ
  • ຝືກອົບຮົມການນຳໃຊ້ລະບົບໂປຣແກມ
  • ຝືກອົບຮົມກ່ຽວກັບຜະລິດຕະພັນໃໝ່
  • ຄຸ້ມຄອງ ແລະ ພັດທະນາຜະລິດຕະພັນ
  • ພັດທະນາ, ປັບປຸງຜະລິດຕະພັນປະກັນໄພທີ່ມີໃນປັດຈຸບັນ
  • ສ້າງ, ພັດທະນາຜະລິດຕະພັນປະກັນໄພໃໝ່
  • ຄຸ້ມຄອງວຽກງານປະກັນໄພຕໍ່
  • ສັງລວມປະກັນໄພຕໍ່ໄລຍະຍາວ/ໄລຍະສັ້ນ
  • ຄຸ້ມຄອງ ແລະ ພັດທະນາຄູ່ຮ່ວມທຸລະກິດປະກັນໄພຕໍ່ ແລະ ນາຍໜ້າປະກັນໄພຕໍ່
  • ວຽກງານກວດກາຄວາມສ່ຽງ
  • ຄຸ້ມຄອງ, ກວດກາຄຸນນະພາບສິດຜົນປະໂຫຍດ ແລະ ຄ່າທຳນຽມຂອງສັນຍາປະກັນໄພ, ໃບສະເໜີລາຄາ.
  • ຕີລາຄາຄວາມສ່ຽງ
  • ຄຸ້ມມຄອງລາຍຮັບຂອງນາຍໜ້າປະກັນໄພຕົ້ນ
  • ປະຕິບັດໜ້າວຽກອື່ນໆຕາມການມອບໝາຍຂອງການນຳບໍລິສັດ

        IV. ເງື່ອນໄຂໃນການສະໝັກ

       1. ລະດັບ: ຈົບປະລິນຍາຕີຂື້ນໄປ

       2. ປະສົບການ

          • ເພດຊາຍ, ອາຍຸບໍ່ເກີນ 40 ປີ

          • ມີປະສົບການຢ່າງໜ້ອຍ 03 ປີຂື້ນໄປໃນຂົງເຂດວິຊາການປະກັນໄພ

       3. ທັກສະ

          • ມີມະນຸດສຳພັນ ແລະ ໄຫວພິກທີ່ດີ;

          • ມີພາວະຜູ້ນຳທີ່ດີສະແດງອອກໃນການຈັດຕັ້ງປະຕິບັດ ແລະ ນຳພາພະນັກງານປະຕິບັດວຽກງານສຳເລັດ.

          • ເຮັດວຽກເປັນທິມໄດ້ດີ

          • ມີແນວຄິດບໍລິການ(ເອົາລູກຄ້າເປັນສູນກາງໃນການພັດທະນາທຸລະກິດ)

          • ທັກສະຮຽນຮູ້ໄວຕໍ່ກັບສະພາບແວດລ້ອມໃໝ່ ແລະ ມີຄວາມອົດທົນຕໍ່ສະພາບຄວາມກົດດັນໄດ້ດີ

          • ສາມາດສື່ສານພາສາອັງກິດໄດ້ດີ.

       4. ລັກສະນະ; ເປັນຄົນອາລົມດີ, ຄິດບວກ ແລະລັກສະນະອື່ນໆລຸ່ມນີ້:

          • ມີແນວຄິດປ່ຽນແປງໃໝ່

          • ຮຽນຮູ້ບໍ່ຢຸດຢັ້ງ

          • ມີຄວາມອົດທົນ

          • ດຸໝັ່ນ

         • ມີລະບຽບວິໃນ

       5. ສັນຍາ

         • ມີສັນຍາຕໍ່ກັບບໍ່ລິສັດຢ່າງໜ້ອຍ 05 ປີ

       V. ​ສິດຜົນປະໂຫຍດຈະໄດ້ຮັບ

         • ເງິນເດືອນສາມາດຕໍ່ລອງໄດ້

         • ມີປະກັນສັງຄົມ, ປະກັນສຸຂະພາບຢູ່ຫວຽດນາມ (ສໍາລັບຄົນຫວຽດນາມ)

         • ມີອຸດໜູນຄ່າເຊົ່າເຮືອນຢູ່, ມີພາຫານະໃຫ້ໄປວຽກຢູ່ລາວ (ສໍາລັບຄົນຫວຽດນາມ)

         • ມີອຸດໜູນກິນເຂົ້າທ່ຽງ, ອຸດໜູນໄປວຽກຕ່າງແຂວງ, ອຸດໜູນຄ່າໂທລະສັບລາຍເດືອນ

         • ເພີ່ມເງິນເດືອນຕາມຄວາມສຳເລັດຂອງທຸລະກິດ

         • ອຸດໜູນຄ່າເດີນທາງກັບຫວຽດນາມຢາມຄອບຄົວ ແລະເວລາຄອບຄົວມາຢາມ (ສໍາລັບຄົນຫວຽດນາມ)

         • ກວດສຸຂະພາບຮອບດ້ານທຸກໆປີ ແລະ ໄດ້ໄປທ່ອງທ່ຽວທຸກໆປີຕາມນະໂຍບາຍຂອງບໍລິສັດ.

         • ໄດ້ເຂົ້າຮ່ວມການຝືກອົບຮົມເພືອພັດທະນາຕົ້ນເອງ

         • ແລະນະໂນບາຍອຸດໜຸນອື່ນຂອງລ້ານຊ້າງ: ວັນບຸນປີໃໝ່, ວັນເກີດ, ເກີດລູກ, ເຈັບໄຂ້, ເຄື່ອງແບບ.........

 

       + ວິທີໃນການສະໝັກ

  • ສາມາດດາວໂຫຼດຟອມສະໝັກທີ່ Website: lap.com.la ຫຼື ເຂົ້າມາພົວພັນເອົາທີ່:ບໍລິສັດ ລ້ານຊ້າງ ປະກັນໄພ ມະຫາຊົນ ສຳນັກງານໃຫຍ່ ຕັ້ງຢູ່ ຖະໜົນ ໄກສອນ, ບ້ານ ໂພນໄຊ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ເບີໂທຕິຕໍ່: 021 990999, 021 991999
  • ສາມາດສົ່ງຟອມສະໝັກມາທີ່ email: soudtha@lap.com.la  sen@lap.com.la ຫຼື ເຂົ້າມາສົ່ງທີ່: ບໍລິສັດລ້ານຊ້າງປະກັນໄພ ມະຫາຊົນ ສຳນັກງານໃຫຍ່.

       + ເອກະສານສະໝັກປະກອບມີ:

  • ໃບສະໝັກວຽກຂອງບໍລິສັດ (ຕ້ອງມີ)
  • ຊີວະປະຫວັດ ພາສາລາວ/ອັງກິດ
  • ປາກາສະນີຍະບັດ, ໃບຈົບຊັ້ນວິສາສະເພາະ... ສະບັບກັອບປີ້.
  • ບັດປະຈຳຕົວ, ພາສປອດ ສະບັບກັອບປີ້
  • ເອກະສານອື່ນໆທີກ່ຽວຂ້ອງ.

ສົນໃຈສອບຖາມເພີ່ມເຕີມທີ່ເບີ:           020 5227 7344 ທ່ານ ແສນ ໄຊຍະແສງ

ໝາຍເຫດ: ເລີ່ມເປີດຮັບສະໝັກ ແຕ່ວັນທີ 21/06/2021 ຈົນເຖິງວັນທີ 03/07/2021

 

  • ຮັບຟອມ ແລະ ສົ່ງຟອມຢູ່ບໍລິສັດໄດ້ຕາມໂມງເຮັດວຽກລັດຖະການ ວັນຈັນຫາວັນສຸກ)

 

 

 

Similar Posts

BUY INSURANCE