ພວກເຮົາພ້ອມດູແລ ແລະ ປົກປ້ອງທ່ານໃນທຸກໆຍ່າງກ້າວຂອງຊີວິດ ດ້ວຍບໍລິການປະກັນໄພທີ່ຄົບວົງຈອນ, ໂປ່ງໃສ, ແລະ ເປັນມືອາຊີບ.
ບໍລິສັດ ລ້ານຊ້າງປະກັນໄພ ມະຫາຊົນ - ປົກປ້ອງທຸກຄວາມຝັນ ແລະ ອະນາຄົດຂອງທ່ານ
ບໍລິສັດ ລ້ານຊ້າງປະກັນໄພມະຫາຊົນ "Lanexang Assurance Public Company (LAP)" ໄດ້ສ້າງຕັ້ງຂຶ້ນໃນວັນທີ 11 ຕຸລາ 2010 ໂດຍການຮ່ວມທຶນລະຫວ່າງ ທະນາຄານພັດທະນາລາວ (LDB) ແລະ ບໍລິສັດ ຮຸ້ນສ່ວນ ປະກັນໄພ ໄປສະນີ (PTI). LAP ໄດ້ຮັບອະນຸຍາດດໍາເນີນທຸລະກິດປະກັນໄພຮູບແບບ “ປະກັນໄພທົ່ວໄປ” ຜະລິດຕະພັນປະກັນໄພທີ່ LAP ຈຳໜ່າຍສາມາດຕອບສະໜອງການຄຸ້ມກັນຄວາມສ່ຽງແກ່ຜູ້ເອົາປະກັນປະເພດບຸກຄົນທົ່ວໄປ, ຫົວໜ່ວຍທຸລະກິດ, ອົງການຈັດຕັ້ງ ແລະ ໂຄງການລົງທຶນຂະໜາດຕ່າງໆ.
ເລືອກແຜນປະກັນໄພທີ່ເໝາະສົມກັບຄວາມຕ້ອງການ ແລະ ວິຖີຊີວິດຂອງທ່ານ
ແຜນປະກັນໄພລົດຍົນສຸດປະຢັດ (Eco Insurance) ທີ່ໃຫ້ຄວາມຄຸ້ມຄອງຄົບຄັນ ທັງຊີວິດ, ຮ່າງກາຍ, ຊັບສິນ ແລະ ບຸກຄົນທີສາມ ດ້ວຍອັດຕາເບ້ຍປະກັນໄພທີ່ຄຸ້ມຄ່າ.
📋 ລາຍລະອຽດ ປະກັນໄພ ອີໂຄແຜນປະກັນໄພລົດຍົນສຸດພິເສດ (Loan Insurance) ທີ່ອອກແບບມາເພື່ອປົກປ້ອງຄວາມສ່ຽງຂອງລົດ ແລະ ວົງເງິນສິນເຊື່ອຂອງທ່ານ ດ້ວຍຜົນປະໂຫຍດ ແລະ ການຄຸ້ມຄອງທີ່ດີທີ່ສຸດ.
📋 ລາຍລະອຽດ ປະກັນໄພ ເງິນກູ້ແຜນປະກັນໄພລົດຍົນຄຸ້ມຄອງຄວາມຮັບຜິດຊອບທາງແພ່ງຕໍ່ບຸກຄົນທີສາມ ຄຸ້ມຄອງຊີວິດ, ຮ່າງກາຍ ແລະ ຊັບສິນຂອງຄູ່ກໍລະນີ ຈາກອຸບັດຕິເຫດທາງລົດ.
📋 ລາຍລະອຽດ ປະກັນໄພບຸກຄົນທີສາມ